ວິທີເຮັດໃຫ້ການໂດຍສານທຸກຄັ້ງປອດໄພ ແລະ ສະດວກສະບາຍ
1
4
5
6
7
8
9
3
2
ຄວາມປອດໄພມາກ່ອນ
ເຄົາລົບເຊິ່ງກັນ ແລະ ກັນ
ການໂດຍສານດ້ວຍຄວາມສະບາຍ
ສານຕ້ອງຫ້າມ
ການແບ່ງແຍກ
ໜຶ່ງຄົນ, ໜຶ່ງບັນຊີ
ການໂດຍສານກັບເດັກນ້ອຍ
ການໂດຍສານກັບສັດລ້ຽງ
ການໃຫ້ຄະແນນການໂດຍສານ
ໃສ່ສາຍຮັດທຸກຄັ້ງບໍ່ວ່າການເດີນທາງຈະສັ້ນ ຫຼື ຍາວ, ບໍ່ວ່າຈະນັ່ງຢູ່ບ່ອນໃດກໍຕາມ.

ຢ່າລົບກວນຄົນຂັບ. ນັ່ງຢູ່ບ່ອນນັ່ງດ້ານຫຼັງກົງກັນຂ້າມກັບເບື້ອງຄົນຂັບເພື່ອທີ່ພວກເຂົາບໍ່ຕ້ອງຫັນຫຼັງເມື່ອລົມກັບທ່ານ.
ກະລຸນາເຄົາລົບຄົນຂັບຂອງທ່ານ, ລົດ, ພື້ນທີ່ສ່ວນຕົວ ແລະ ຄວາມເປັນສ່ວນຕົວຂອງພວກເຂົາ.

ຢ່າລືມທັກທາຍຄົນຂັບຂອງທ່ານ ແລະ ຂອບໃຈພວກເຂົາສຳລັບການຂັບລົດ ຫຼື ສຳລັບການຊ່ວຍເຫຼືອຖືກະເປົ໋າຂອງທ່ານ. ສິ່ງເລັກນ້ອຍແບບນີ້ເຮັດໃຫ້ທຸກຝ່າຍມີປະສົບການທີ່ດີຂຶ້ນ.

ກະລຸນາຄຳນຶງເຖິງໃຈເພິ່ນໃຈໂຕ ແລະ ຫຼີກເວັ້ນການຖາມເລື່ອງສ່ວນຕົວ, ການແບ່ງປັນຂໍ້ມູນຕິດຕໍ່ ແລະ ການແຕະຕ້ອງຕົວ.
ຂໍໃຫ້ຄົນຂັບປ່ຽນເພງ, ປັບອຸນຫະພູມ ຫຼື ປິດກະຈົກໄດ້ຕາມສະບາຍ. ຂໍໃຫ້ແນ່ໃຈວ່າຄຳຮ້ອງຂໍຂອງທ່ານສະດວກສຳລັບທັງສອງຝ່າຍ.

ກະລຸນາຢ່າສູບຢາໃນລົດ ແລະ ໃຫ້ລະວັງກ່ຽວກັບອາຫານ ແລະ ເຄື່ອງດື່ມເພື່ອຫຼີກເວັ້ນຮອຍເປື້ອນ ຫຼື ກິ່ນບໍ່ພຶງປະສົງ. ຖ້າທ່ານເຮັດໃຫ້ເປິເປື້ອນ, ກະລຸນາຈັດການໃຫ້ຮຽບຮ້ອຍ ຫຼື ຈ່າຍຄ່າທຳຄວາມສະອາດໃຫ້.

ສຸດທ້າຍ, ມັນຈະດີທີ່ສຸດຫາກຫຼີກເວັ້ນການລົມໂທລະສັບສ່ວນຕົວ ຫຼື ສຽງດັງໃນລະຫວ່າງການໂດຍສານ.
ກະລຸນາຢ່າບໍລິໂພກ ຫຼື ຂົນສົ່ງເຫຼົ້າ (ໃນພາຊະນະບັນຈຸທີ່ເປີດຢູ່) ຫຼື ຢາເສບຕິດຜິດກົດໝາຍໃນຂະນະທີ່ໃຊ້ບໍລິການຂອງພວກເຮົາ.
ພວກເຮົາມີນະໂຍບາຍບໍ່ອົດທົນອົດກັ້ນຕໍ່ການແບ່ງແຍກບໍ່ວ່າຮູບແບບໃດກໍຕາມ. ກະລຸນາປະຕິບັດຕໍ່ກັນໂດຍການໃຫ້ກຽດ ແລະ ເຄົາລົບກັນ.
ກະລຸນາຢ່າແບ່ງປັນບັນຊີ inDrive ຂອງທ່ານກັບຄົນອື່ນ. ໂດຍການໃຊ້ບັນຊີຂອງທ່ານເອງ, ທ່ານມີຄວາມຮັບຜິດຊອບຕໍ່ການກະທຳຂອງທ່ານເອງເທົ່ານັ້ນ ແລະ ມັນຍັງຊ່ວຍໃຫ້ຄົນຂັບຈື່ຈຳທ່ານໄດ້ງ່າຍຂຶ້ນນຳ.
ເດັກນ້ອຍ ແລະ ໄວລຸ້ນອາຍຸຕ່ຳກວ່າ 18 ປີຕ້ອງມີຜູ້ໃຫຍ່ຢູ່ນຳສະເໝີເມື່ອນຳໃຊ້ inDrive. ຖ້າທ່ານກຳລັງເດີນທາງກັບເດັກນ້ອຍ, ໃຫ້ແຈ້ງໃຫ້ພວກເຮົາຮູ້ລ່ວງໜ້າ ຫາກທ່ານຕ້ອງການບ່ອນນັ່ງສຳລັບເດັກ.
ແຈ້ງໃຫ້ຄົນຂັບຮູ້ລ່ວງໜ້າຖ້າທ່ານນຳສັດລ້ຽງມານຳ. ກະລຸນານຳຄອກ ຫຼື ຜ້າມານຳເພື່ອປົກບ່ອນນັ່ງໃນລົດ ແລະ ຫຼຸດຄວາມສ່ຽງໃນການສ້າງຄວາມເປິເປື້ອນ.
ທ່ານຮູ້ສຶກດີກັບການໂດຍສານບໍ່? ຖ້າແມ່ນ, ກະລຸນາໃຫ້ຄະແນນຄົນຂັບສູງໆ. ຄຳຕິຊົມຂອງທ່ານຊ່ວຍຈັດອັນດັບຄົນຂັບ ແລະ ຊ່ວຍປັບປຸງການບໍລິການໂດຍລວມໄດ້.

ຖ້າທ່ານມີຂໍ້ກັງວົນກ່ຽວກັບການໂດຍສານຂອງທ່ານ, ກະລຸນາຕິດຕໍ່ທີມງານຊ່ວຍເຫຼືອຂອງ inDrive. ພະຍາຍາມຫຼີກເວັ້ນການຕຳໜິຕິຕຽນຄົນຂັບໃນລະຫວ່າງການໂດຍສານເພື່ອຫຼີກເວັ້ນການບໍ່ລົງຮອຍກັນ.

ທ່ານສາມາດຕິດຕໍ່ທີມງານໄດ້ທີ່ support@indrive.com ຫຼື ຜ່ານແອັບ: ເມນູດ້ານຂ້າງ ➡ ຄວາມປອດໄພ ➡ ຕິດຕໍ່ທີມງານຊ່ວຍເຫຼືອ.
ຂໍໃຫ້ເດີນທາງໂດຍສະຫວັດດີພາບ
Hello! This page contains information for your mobile application
The inDrive online passenger transportation aggregator is not a taxi service and is not involved in the relationship of Users. All requests are created, sent and performed by users independently.
© SUOL INNOVATIONS LTD, 2013-2023